United States Expands Assistance to Promote Literacy in Lao PDR

Tuesday 7 November 2023


[English text below]

ສະຫະລັດອາເມລິກາ ຂະຫຍາຍການຊ່ວຍເຫຼືອ ເພື່ອສົ່ງເສີມການຮູ້ໜັງສື ໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ— ທ່ານອຸປະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ  ທ່ານນາງ ມິແຊວ ເອົ້າລໍ ແລະ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ສີສຸກ ວົງວິຈິດ ໄດ້ເປັນສັກຂີພະຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MoUs) 3 ສະບັບ ເພື່ອສືບຕໍ່ໂຄງການຮຽນອ່ານ ທີ່ສະໜັບສະໜູນໂດຍ ອົງການພັດທະນາສາກົນປະເທດ ສະຫະລັດອາເມລິກາ (ອົງການ USAID) ທີ່ນະຄອນຫຼວງວຽງຈັນ ໃນວັນທີ 3 ພະຈິກ 2023. ໂຄງການຮຽນອ່ານ ແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອດ້ານການສຶກສາຂັ້ນພື້ນຖານທີ່ເພີ່ມຂຶ້ນຂອງ ສະຫະລັດອາເມລິກາ ໃນ ສປປ ລາວ.

ບົດບັນທຶກຄວາມເຂົ້າໃຈດັ່ງກ່າວແມ່ນໄດ້ລົງນາມລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດຂອງໂຄງການຮຽນອ່ານ ເຊິ່ງແມ່ນອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ, ອົງການ ຣູມທູຣີດ ແລະ ອົງການ ມະນຸດສະທຳ ແລະ ການມີສ່ວນຮ່ວມ. ພິທີດັ່ງກ່າວໄດ້ເປັນຂີດໝາຍການຈັດຕັ້ງປະຕິບັດໂຄງການໄລຍະທີ II ຢ່າງເປັນທາງການ ເຊິ່ງສອດຄ່ອງກັບຄວາມພະຍາຍາມຂອງລັດຖະບານ ແຫ່ງ ສປປ ລາວ ໃນການປັບປຸງທັກສະການອ່ານໃຫ້ເດັກຕັ້ງແຕ່ຫ້ອງກຽມປະຖົມຈົນເຖິງຂັ້ນ ປ.2.

ໂຄງການຮຽນອ່ານ ຈະສືບຕໍ່ຊ່ວຍສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການປັບປຸງການຮຽນ-ການສອນໃນຫ້ອງຮຽນ ໂດຍຜ່ານການຝຶກອົບຮົມ ແລະ ການສະໜັບສະໜູນຄູອາຈານ, ສະໜອງອຸປະກອນການຮຽນ-ການສອນ ທີ່ເໝາະສົມກັບຊັ້ນຮຽນ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນທີ່ສົ່ງເສີມວັດທະນະທໍາການອ່ານໃຫ້ແກ່ເດັກ. ຄວາມພະຍາຍາມດັ່ງກ່າວຈະຊ່ວຍຍົກລະດັບຄຸນນະພາບການສຶກສາຂັ້ນພື້ນຖານໃນລາວໂດຍລວມ ໂດຍໃຫ້ຄວາມສົນໃຈເປັນພິເສດກັບເດັກທີ່ບໍ່ເວົ້າພາສາລາວຢູ່ເຮືອນ ແລະ ເດັກທີ່ມີຄວາມພິການເບົາ.

ເນື່ອງໃນໂອກາດສຳຄັນນີ້,  ຮອງລັດຖະມົນຕີ ທ່ານ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ, “ຂ້າພະເຈົ້າເຊື່ອໝັ້ນວ່າໂຄງການຮຽນອ່ານທີ່ໄດ້ລົງນາມໃນມື້ນີ້ຈະນຳຜົນປະໂຫຍດຢ່າງສູງມາໃຫ້ນັກຮຽນໃນເຂດເປົ້າໝາຍຂອງໂຄງການຮຽນອ່ານໄລຍະທີ 2 ຂອງແຂວງວຽງຈັນ, ຊຽງຂວາງ, ຈຳປາສັກ ແລະ ອັດຕະປື, ຊຶ່ງຈຸດປະສົງຂອງໂຄງການຮຽນອ່ານໄລຍະທີ່ 2 ນີ້ແມ່ນສືບຕໍ່ຊຸກຍູ້ການອ່ານພາສາລາວສຳລັບເດັກປົກກະຕິ, ເດັກພິການ ໃຫ້ຖືກຕ້ອງ ແລະ ເຂົ້າໃຈຄວາມໝາຍຢ່າງເລີກເຊິງ. ”

ໂດຍເນັ້ນໃຫ້ເຫັນເຖິງການຂະຫຍາຍສາຍພົວພັນຄູ່ຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ, ທ່ານນາງ ເອົ້າລໍ ໄດ້ກ່າວວ່າ: ສະຫະລັດອາເມລິກາ, ໂດຍຜ່ານໂຄງການຮຽນອ່ານ ແລະ ໂຄງການການສຶກສາອື່ນໆ ທີ່ສະໜັບສະໜູນໂດຍ ອົງການ USAID, ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນເປົ້າໝາຍຂອງກະຊວງເພື່ອປັບປຸງຜົນການຮຽນຂອງເດັກຍິງ ແລະ ເດັກຊາຍທຸກຄົນ. ໃນໄລຍະທີ II ຂອງໂຄງການຮຽນອ່ານ ໄດ້ມອບໂອກາດໃໝ່ທີ່ໜ້າຕື່ນເຕັ້ນ ທີ່ຈະຊ່ວຍເດັກໃນການປັບປຸງທັກສະການອ່ານຂອງເດັກໂດຍສະເພາະຜູ້ທີ່ເລີ່ມເຂົ້າໂຮງຮຽນ ທີ່ບໍ່ສາມາດເວົ້າ ພາສາລາວ ຫຼື ຜູ້ທີ່ມີຄວາມຫຍຸ້ງຍາກໃນການຮຽນຮູ້.  

ຕະຫຼອດໄລຍະທຳອິດ, ໂຄງການຮຽນອ່ານໄດ້ສະໜັບສະໜູນທຸກໂຮງຮຽນຂອງລັດຖະບານ ໃນ 16 ເມືອງ ເປົ້າໝາຍ ຂອງ 4 ແຂວງ ເຊັ່ນ: ອັດຕະປື, ຈໍາປາສັກ, ວຽງຈັນ ແລະ ຊຽງຂວາງ. ໂຄງການດັ່ງກ່າວໄດ້ພັດທະນາ ແລະ ແຈກຢາຍອຸປະກອນການຮຽນ-ການສອນແບບຮຽນຮ່ວມ ແລະ ເໝາະສົມກັບອາຍຸ ເປັນຈຳນວນເກືອບ 1.2 ລ້ານຊຸດໃຫ້ແກ່ນັກຮຽນຫຼາຍກວ່າ 61,000 ຄົນໃນ 921 ໂຮງຮຽນ. ປຶ້ມເຫຼົ່ານີ້ໄດ້ຖືກພັດທະນາເປັນວິດີໂອທີ່ສອນເປັນພາສາມືເພື່ອຂະຫຍາຍການເຂົ້າເຖິງເດັກທີ່ມີຄວາມຫຍຸ້ງຍາກທາງດ້ານການໄດ້ຍິນ ແລະ ການເບິ່ງເຫັນ.

 ໂຄງການຮຽນອ່ານ ໄລຍະທີ II ຈະເພີ່ມຈໍານວນເມືອງທີ່ໄດ້ຮັບການສະໜັບສະໜູນຈາກ 16 ເມືອງ ເປັນ 20 ເມືອງ ໃນ 4 ແຂວງເປົ້າໝາຍດັ່ງກ່າວ. ນອກຈາກນັ້ນ ໂຄງການຮຽນອ່ານຍັງຈະແຈກຢາຍປຶ້ມແບບຮຽນໃນ 18 ແຂວງ ທົ່ວປະເທດ ແລະ ຄາດວ່າຈະແຈກຢາຍໃຫ້ນັກຮຽນປະມານ 285,000 ຄົນ.

 

Left to right: Her excellency, Ms. Michelle Outlaw and Ms.Sisouk Vongvichit

VIENTIANE, LAO PDR — United States Chargé d’affaires Michelle Outlaw and Vice Minister of Education and Sports, Ms. Sisouk Vongvichit witnessed the signing of three Memoranda of Understanding (MoUs) for the extension of the U.S. Agency for International Development Learn to Read project in Vientiane on November 3, 2023. Learn to Read is part of the United States’ growing support for basic education in the Lao PDR.

The MoUs were signed between the Ministry of Education and Sports and Learn to Read implementing partners Save the Children International, Room to Read, & Humanity and Inclusion. The ceremony marked the official commencement of the second phase of the project, which aligns with the Government of Laos' efforts to improve reading skills for children from pre-primary to second grade.

Learn to Read will assist the Government of the Lao PDR to improve classroom instruction through teacher training and support, provide grade-appropriate teaching and learning materials, and foster community engagement that promotes a culture of reading for children. The effort will enhance the overall quality of basic education in Laos, with special attention given to children who do not speak Lao at home and children with disabilities.

Marking this important occasion, Vice Minister Vongvichit said, “I strong believe that the Learn to Read program that is signing today would assist the children in Vientiane, Xiengkhuang, Champasak, and Attapeu provinces that are in the Phase 2 target region. This time, the aim is to keep encouraging children with normal development and children with impairments to read in Lao and comprehend the text thoroughly.”

Learn to Read will assist the Government of the Lao PDR to improve classroom instruction through teacher training and support, provide grade-appropriate teaching and learning materials, and foster community engagement that promotes a culture of reading for children. The effort will enhance the overall quality of basic education in Laos, with special attention given to children who do not speak Lao at home and children with disabilities. 

During its first phase, Learn to Read supported all public schools across 16 target districts in Attapeu, Champasak, Vientiane, and Xiengkhouang provinces. The project developed and distributed nearly 1.2 million inclusive and age-appropriate teaching and learning materials to over 61,000 students in 921 schools. Many of these books have been made available in video format with sign language interpretation to expand these resources to children with hearing and seeing impairments.

Learn to Read Phrase II increases the number of supported districts from 16 to 20 in the same four provinces. In addition, Learn to Read will distribute textbooks across all of Laos’ 18 provinces, reaching an estimated 285,000 students.