ອົງການຊ່ວຍເຫຼືອເດັກສາກົນປະຈໍາ ສປປ ລາວ ໄດ້ໃຫ້ການສະໜັບສະໜູນວຽກງານນະໂຍບາຍເພື່ອສ້າງການປ່ຽນໃນກົດປະເພນີໃຫ້ມີຄວາມແທດເໝາະຂື້ນໃນແຂວງ ຜົ່ງສາລີ ແລະ ອຸດົມໄຊ.

Monday 4 March 2024

ວັນທີ່ 27/ 2 – 2/3, ໂຄງການ ປ້ອງກັນ ແລະ ຕອບໂຕ້ການແຕ່ງງານກ່ອນໄວອັນຄວນ ແລະ ການບັງຄັບໃຫ້ແຕ່ງດອງ  (CEFM) ຮ່ວມກັບ ສະຫະພັນແມ່ຍິງແຂວງ ຫລວງພະບາງ, ແນວລາວສ້າງຊາດແຂວງຫລວງພະບາງ ແລະ ຕາງໜ້າເຈົ້າກົກເຈົ້າເຫລົ່າເຜົ່າມົ້ງ ແລະ ເຜົ່າກຶມມຸ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການທົບທວນບາງກົດກົດປະເພນີ ຫລື ທຳນຽມ ປະຕິບັດຂອງເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າ ອາຄ່າ ຂື້ນທີ່ແຂວງ ຜົ້ງສາລີ ແລະ ແຂວງອຸດົມໄຊ.

ຈຸດປະສົງຂອງການແລກປ່ຽນບົດຮຽນໃນຄ້ັງນີ້: ເພື່ອນຳເອົາບົດຮຽນ ແລະ ປະສົບການກ່ຽວກັບການຈັດຕັ້ງປະຕິບັດວຽກງານ ການປັບປຸບາງກົດປະເພນີຂອງເຜົ່າມົ້ງ ແລະ ກຶມມຸ ທີ່ສົ່ງຜົນກະທົບຕໍ່ກັບຄວາມບໍ່ເທົ່າທຽມບົດບາດຍິງ -  ຊາຍ, ການແຕ່ງງານກ່ອນໄວ, ການອອກໂຮງຮຽນຂອງເດັກຍິງ ແລະ ການໃຊ້ຄວາມຮຸນແຮງໃນຄອບຄົວ ໄປສົນທະນາ ແລະ ແລກປ່ຽນບົດຮຽນກັບ 2 ແຂວງດັ່ງກ່າວ. 

ກອງປະຊຸມທີ່ຈັດຢຸ່ແຂວງຜົ່ງສາລີແມ່ນໃຫ້ກຽດເປັນປະທານໂດຍ ທ່ານ ທອງສະຫວັນ ທຳມະວົງ, ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງ ຜົ່ງສາລີ ແລະ ທີ່ແຂວງອຸດົມໄຊແມ່ນໃຫ້ກຽດເປັນປະທານໂດຍ ທ່ານ ວັນນາ ແກ້ວສັນຕິ, ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ອຸດົມໄຊ. ນອກຈາກນີ້, ຍັງມີຜູ້ເຂົ້າຮ່ວມທີ່ມາຈາກ ສະຫະພັນແມ່ຍິງແຂວງ, ຕາງໜ້າຫ້ອງວ່າການແຂວງ, ແນວລາວສ້າງຊາດ, ເຈົ້າກົກເຈົ້າເຫລົ່າຈາກຊົນເຜົ່າຕ່າງໆ ຈາກຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.  ຈາກແຂວງ ຜົ້ງສາລີ ແມ່ນ 60 ທ່ານ, ລວມເປັນຍິງ 28 ທ່ານ  ແລະ ແຂວງ ອຸດົມໄຊ 70 ທ່ານ, ມີຜຸ້ເຂົ້າເພດຍິງ 23 ທ່ານ.

ທ່ານ ທອງສະຫວັນ ທຳມະວົງ ປະທານແນວລາວສ້າງຊາດແຂວງ ຜົ້ງສາລິໄດ້ກ່າວວ່າ “ຂອບໃຈສຳລັບອົງການຊ່ວຍເຫລືອເດັກສາກົນປະຈຳລາວ ທີ່ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ເກີດມີກອງປະຊຸມໃນຄັ້ງນີ້, ເຊິ່ງເປັນກອງປະຊຸມທີ່ສຳຄັນຫລາຍ, ແຂວງຜົ້ງສາລີເປັນແຂວງໜຶ່ງທີ່ມີຊົນເຜົ່າຫລາຍ ແລະ ກົດປະເພນີບາງອັນ ຍັງເປັນອຸປະສັກ ແລະ ກົດໜ່ວງການພັດທະນາເສດຖະກິດສັງຄົມ, ໂດຍສະເພາະແມ່ນ ບົດບາດຍິງ- ຊາຍ, ແມ່ຍິງສ່ວນຫລາຍຍັງບໍ່ທັນມີບົດບາດເທົ່າທີ່ຄວນ.”

ຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ແມ່ນສ້າງໂອກາດໃຫ້ ແຕ່ລະເຜົ່າໄດ້ຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນບົດຮຽນກ່ຽວກັບກົດປະເພີທີ່ດີ ແລະ ຄວນຮັກສາໄວ້, ແລະ ບາງກົດປະເພນີ ທີ່ບໍ່ສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນປະຈຸບັນ ໂດຍສະເພາະແມ່ນໃນຂົງເຂດ:

  • ຄວາມບໍ່ສະເໝີພາບຂອງບົດບາດຍິງ - ຊາຍ.
  • ການແຕ່ງດອງກ່ອນໄວອັນຄວນ.
  • ການອອກໂຮງຮຽນຂອງເດັກຍິງ.
  • ແລະ ການໃຊ້ຄວາມຮຸນແຮງໃນຄອບຄົວ.

ແຕ່ລະກຸ່ມໄດ້ຈັດບູລິມະສິດບັນຫາ ( ກົດປະເພນີ ) ພ້ອມຄົ້ນຄວ້າສາເຫດ, ຜົນກະທົບ ແລະ ແຜນການປັບປຸງບາງກົດປະເພນີເຫລົ່ານັ້ນ ໂດຍອີງໃສ່ ສະພາບທ້ອງຖິ່ນ. ຂໍ້ມູນດັ່ງກ່າວ ເປັນພື້ນຖານໃນການສະເໜີໃຫ້ທ່ານເຈ້ົາແຂວງຂອງແຕ່ລະແຂວງເພື່ອອອກນິຕິກຳ ແລະ ນຳໄປຜັນກະຫຍາຍໃນຂັ້ນທ້ອງຖິ່ນ.