ການລົງໂທດໂດຍກາຍຄ້ຽນຕີ: ອີງຕາມສະພາບການປະຈຸບັນ ພວກເຮົາຕ້ອງໃຊ້ເວລາ 60 ປີໃນການບັນລຸເປົ້າຫມາຍ ປີ 2030 ໃນການຢຸດການລົງໂທດທາງຮ່າງກາຍໃນທົ່ວໂລກ.

Friday 21 June 2024

ດັ່ງທີ່ໄດ້ຮັບຮູ້ແລ້ວວ່າ ສປປ ລາວ ກຳລັງຈະກາຍເປັນປະເທດທີ່ 66 ທີ່ໄດ້ກຳນົດວ່າການໃສ່ໂທດທາງຮ່າງກາຍຖືເປັນສິີ່ງທີ່ຜິດກົດໝາຍ, ຜ່ານການວິເຄາະໂດຍອົງການຊ່ວຍເຫຼືອເດັກແມ່ນຊີ້ໃຫ້ເຫັນວ່າ ຖ້າບໍ່ມີການເລັ່ງປະຕິບັດມາດຕະການດັ່ງກ່າວ, ມັນອາດຈະຕ້ອງໄດ້ໃຊ້ເວລາ 60 ປີ ເພື່ອບັນລຸເປົ້າໝາຍລະດັບໂລກໃນການລົບລ້າງການໃສ່ໂທດທາງດ້ານຮ່າງກາຍທຸກຮູບແບບ.

ເປົ້າໝາຍປີ 2030 ຂອງການຫ້າມການລົງໂທດທາງຮ່າງກາຍເປັນສ່ວນໜຶ່ງຂອງເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs), ເຊີ່ງເປັນກຸ່ມເປົ້າໝາຍທີ່ໄດ້ຕົກລົງຮ່ວມກັນໂດຍບັນດາປະເທດສະມາຊິກໃນປີ 2015 ເພື່ອຢຸດຕິຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບໃຫ້ໄດ້ພາຍໃນປີ 2030. ແນວໃດກໍ່ຕາມ, ຄວາມຄືບໜ້າຕໍ່ກັບເປົ້າໝາຍດັ່ງກ່າວແມ່ນຍັງຊັກຊ້າຢູ່ ຄື ແຕ່ລະປີ ຈະມີປະມານ 2 ປະ​ເທດ​ທົ່ວໂລກທີ່​ອອກ​ກົດ​ຫມາຍ​ຫ້າມດັ່ງກ່າວ, ເຮັດ​ໃຫ້​ໂລກເຮົາຍັງ​ຫ່າງ​ໄກ​ຄວາມຄວາມສຳເລັດໃນການຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງ​ຕົນ.

ການ​ປະກາດ​ໃນມື້​ນີ້​ຂອງ​ລັດຖະບານ​ແຫ່ງ ສປປ ລາວ ​ເນື່ອງ​ໃນ​ໂອກາດ​ວັນ​ແຫ່ງການ​ຢຸດຕິ​ການ​ລົງ​ໂທດ​ທາງ​ຮ່າງກາຍສາກົນ, ​ເຮັດ​ໃຫ້​ ສປປ ລາວ ​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ​ບັນລຸ​ຈຸດໝາຍ​ສຳຄັນ​ດ້ານ​ສິດທິ​ເດັກ.

ການລົງໂທດທາງຮ່າງກາຍເປັນວິທີການທີ່ພົບເຫັນໄດ້ທົ່ວໄປຫຼາຍທີ່ສຸດຂອງການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍໃນທົ່ວໂລກໂດຍມີປະມານ 4 ໃນ 5 ເດັກນ້ອຍທີ່ມີອາຍຸລະຫວ່າງ 2 ຫາ 14 ປີໄດ້ຮັບການລົງໂທດທາງຮ່າງກາຍຢູ່ໃນເຮືອນຂອງເຂົາເຈົ້າໃນແຕ່ລະປີ [2]. ມີພຽງແຕ່ 15% ຂອງເດັກນ້ອຍໃນທົ່ວໂລກ - ປະມານ 320 ລ້ານຄົນ - ໄດ້ຮັບການປົກປ້ອງຢ່າງເຕັມທີ່ຈາກກົດໝາຍເມື່ອມີການລົງໂທດທາງຮ່າງກາຍ [3], ແລະ ມີພຽງ 20 ປະເທດທີ່ຫ້າມການລົງໂທດທາງຮ່າງກາຍໃນຊ່ວງ 9 ປີທຳອິດ ນັບຕັ້ງແຕ່ SDGs ໄດ້ຖືກຮັບຮອງເອົາ, ໂດຍທຽບກັບ 30 ປະເທດໃນ 9 ປີກ່ອນ 2015. ມີອີກ 27 ປະເທດໄດ້ໃຫ້ຄຳໝັ້ນສັນຍາຢ່າງເປີດເຜີຍຕໍ່ການປະຕິຮູບກົດໝາຍຂອງພວກເຂົາ - ເຊິ່ງຖ້າຖືກປະກາດໃຊ້, ຈະປົກປ້ອງເດັກນ້ອຍອີກ 288 ລ້ານຄົນ [3].

ການລົງໂທດທາງຮ່າງກາຍແມ່ນມີຫຼາຍຮູບແບບ, ລວມທັງຕີ ຫຼື ຕົບ, ເຕະ, ສັ່ນ, ຈູດ, ແລະ ບັງຄັບໃຫ້ເດັກຢູ່ໃນທ່າທາງທີ່ບໍ່ສະດວກສະບາຍ. ມັນຍັງລວມເຖິງການສ້າງຄວາມອັບອາຍເຊີ່ງເຮັດໃຫ້ເດັກຖືກດ້ອຍຄຸນຄ່າ. ໃນ​ທົ່ວ​ໂລກ, ການ​ລົງ​ໂທດ​ທາງ​ດ້ານ​ຮ່າງ​ກາຍ ແລະ ​ຈິດ​ໃຈ​ຂອງ​ເດັກ​ໂດຍ​ພໍ່​ແມ່, ຄູ​ອາ​ຈານ ແລະ ​ຜູ້​ດູ​ແລ ​ເຮັດ​ໃຫ້​ເດັກ​ນ້ອຍ​ນັບ​ພັນ​ຄົນ​ເສຍ​ຊີ​ວິດ​ໃນ​ແຕ່​ລະ​ປີ ແລະ ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ. ມັນຍັງສົ່ງຜົນເສຍຕໍ່ສຸຂະພາບຈິດໃຈຂອງເດັກ ແລະ ມີຜົນກະທົບອັນເລິກເຊິ່ງຕໍ່ການເຕີບໃຫຍ່ທີ່ສົມບູນຂອງເຂົາເຈົ້າອີກດ້ວຍ.

ລຸກ ເອບຊ, ຜູ້ອໍານວຍການອົງການ ຊ່ວຍເຫຼືອເດັກສາກົນປະຈໍາ ສປປ ລາວ ກ່າວວ່າ:

 “ການຫ້າມລົງໂທດທາງຮ່າງກາຍຕໍ່ເດັກໃນທຸກສະຖານ ຂອງລັດຖະບານແຫ່ງ ສປປ ລາວ ແມ່ນຜົນສຳເລັດອັນໃຫຍ່ຫຼວງ. ສປປ ລາວ ເປັນປະເທດທໍາອິດຂອງສະມາຊິກອາຊຽນ ທີ່ບັນລຸເປົ້າໝາຍອັນສຳຄັນດັ່ງກ່າວ ຕໍ່ກັບການປົກປ້ອງເດັກຈາກຄວາມຮຸນແຮງທຸກຮູບແບບ.

ອົງການຊ່ວຍເຫຼືອເດັກປະຈໍາ ສປປ ລາວ ຈະສືບຕໍ່ສະໜັບສະໜູນລັດຖະບານ ໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວຢ່າງມີປະສິດທິຜົນ, ໂດຍການສົ່ງເສີມການເປັນພໍ່ແມ່ທີ່ບໍ່ໃຊ້ຄວາມຮຸນແຮງ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກນ້ອຍທຸກຄົນ.”

ອິງເກີ ແອສຊີງ, ຜູ້ບໍລິຫານສູງສຸດ ອົງການ ຊ່ວຍເຫຼືອເດັກສາກົນ ກ່າວວ່າ:

"ມັນຮອດເວລາທີ່ຈະຕ້ອງໄດ້ເລັ່ງດຳເນີນການແລ້ວ. ໂດຍເປົ້າ​ໝາຍ​ຂອງ​ການ​ຫ້າມໃຊ້ຄວາມຮຸນແຮງໃນການລົງໂທດຕໍ່ເດັກ​ທົ່ວ​ໂລກ​ພາຍໃນປີ 2030, ພວກ​ເຮົາ​ມີເວລາພຽງ 6 ປີ, ບໍ່​ແມ່ນ 60 ປີ, ເພື່ອ​ປົກ​ປ້ອງ​ເດັກ​ນ້ອຍ​ຢ່າງ​ເຕັມ​ທີ່​ຈາກ​ການ​ລົງ​ໂທດ​ທີ່​ຮຸນ​ແຮງ.

ການລົງໂທດທາງຮ່າງກາຍມີຜົນກະທົບທີ່ຮ້າຍແຮງ ແລະ ຍາວນານຕໍ່ເດັກ ແລະ ການຂາດຄວາມກ້າວຫນ້າໃນການແກ້ໄຂບັນຫານີ້ແມ່ນຖືເປັນບັນຫາລະດັບໂລກ. ພວກ​ເຮົາ​ໄດ້ມີ​ໂອ​ກາດ​ທີ່ຈະເຂົ້າຮ່ວມກອງ​ປະ​ຊຸມ​ລະດັບລັດ​ຖະ​ມົນ​ຕີ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ນ້ອຍ​ທີ່ຈະ​ເກີດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້, ເພື່ອ​ຍົກລະດັບຄວາມ​ພະ​ຍາ​ຍາມ​ໃຫ້ເຂັ້ມແຂງຂື້ນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ປີ 2030.

ປະເທດໃດທີ່ຫ້າມການລົງໂທດທາງຮ່າງກາຍແມ່ນກຳລັງສະແດງຈຸດຢືນທີ່ຊັດເຈນຂອງພວກເຂົາໃນການຮັບຟັງເດັກນ້ອຍ. ການ​ອອກກົດຫ້າມດັ້ງກ່າວແມ່ນເຮັດ​ໃຫ້​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ສິດ​ທິຂອງ​ເດັກ​ແມ່ນໄດ້ຖືກຮັບຮູ້ ແລະ ​ເຄົາລົບ. ນີ້ສະແດງໃຫ້​ເຫັນຢ່າງຈະ​ແຈ້ງ​ວ່າ​ ​ການ​ຂົ່ມ​ຂູ່​ທາງ​ຮ່າງ​ກາຍ ຫຼື​ ຈິດ​ໃຈ​ຂອງເດັກ ບໍ່ວ່າຈະຢູ່ໃນ​ບ້ານເຮືອນຂອງເຂົາເອງ​ ຫຼື​ ບ່ອນ​ອື່ນໆ ແມ່ນເປັນສີ່ງທີ່ຍອມຮັບບໍ່ໄດ້.”

 

ກິດຈະກຳ “ຄອບຄົວປອດໄພ” ຂອງອົງການຊ່ວຍເຫຼືອເດັກ ແມ່ນໄດ້ຊ່ວຍໃຫ້ພໍ່ແມ່ຜູ້ປົກຄອງປ່ຽນຮູບແບບການສ້າງຄວາມສຳພັນກັບລູກຂອງເຂົາເຈົ້າ ໂດຍປ່ຽນຈາກການໃຊ້ອຳນາດ ແລະ ການຄວບຄຸມ ໄປເປັນການສ້າງຄວາມເຂົ້າໃຈ ແລະ ການແກ້ໄຂບັນຫາຮ່ວມກັນ. ພວກເຮົາຈັດຕັ້ງກອງປະຊຸມແບບຄູ່ຂະຫນານສໍາລັບພໍ່ແມ່ ແລະ ເດັກນ້ອຍ, ແລະ ພວກເຮົາສຸມໃສ່ການສ້າງຄອບຄົວທີ່ເຂັ້ມແຂງຂື້ນ ໂດຍທີ່ບໍ່ມີການກໍານົດຮູບແບບທີ່ຕາຍໂຕ.

ຢູ່ທີ່ ສປປ ລາວ, ອົງການຊ່ວຍເຫຼືອເດັກສາກົນ ກຳລັງເຮັດວຽກຢ່າງແຂງຂັນກັບຄອບຄົວ ແລະ ຊຸມຊົນໃນການສ້າງສະພາບແວດລ້ອມທີ່ປອດໄພມີການປົກປ້ອງເດັກຫຼາຍຂື້ນ ໂດຍສົ່ງເສີມການໃຊ້ວິທີການສຶກສາທີ່ບໍ່ໃຊ້ກໍາລັງ, ຄວາມຮຸນແຮງ ແລະ ເສີມສ້າງຄວາມເຊື່ອໝັ້ນໃຫ້ເດັກທຸກຄົນ.

ອົງການຊ່ວຍເຫຼືອເດັກສາກົນ ໄດ້ໃຫ້ການສະໜັບສະໜູນແກ່ເດັກໃນ ສປປ ລາວ ຕັ້ງແຕ່ປີ 1987, ເຊີ່ງໄດ້ສຸມໃສ່ດ້ານສຸຂະພາບ ແລະ ໂພສະນາການ, ການປົກປ້ອງເດັກ,​ ການສຶກສາ, ວິກິດການທາງດ້ານສະພາບອາກາດ ແລະ ສີ່ງແວດລ້ອມ. ໃນປີ 2023, ການຊ່ວຍເຫຼືອຂອງອົງການໄດ້ເຂົ້າເຖິງເດັກຫຼາຍກວ່າ 116,000 ຄົນ ໃນ ສປປ ລາວ.

Notes to editors:

[1] The 60 years calculation is based on the rate of progress in outlawing corporal punishment in all settings including the home, from September 2015 when the UN Sustainable Development Goals were agreed. In the almost nine years since, a further 20 countries have agreed to ban corporal punishment against children in all settings, making a rate of around two countries per year. To date, 66 of around 200 states have banned corporal punishment in all settings.

[2] https://www.end-violence.org/ending-corporal-punishment

[3]  Child population data taken from the latest UN World Population Prospects

[4]  Country income groupings as per the World Bank.