LAOS FLOOD RESPONSE 2023: FOOD DISTRIBUTION TO THE FLOOD-AFFECTED HOUSEHOLDS IN SAVANNAKHET PROVINCE

Monday 2 October 2023

[English Text Below]

ໃນວັນທີ 29 ກັນຍາ 2023 ໄດ້ມີພິທີມອບ-ຮັບ ອາຫານແຫ້ງໃຫ້ແກ່ຄົວເຮືອນຜູ້ປະສົບໄພນຳ້ຖ້ວມທີ່ເມືອງອາດສະພອນ ແລະເມືອງພະລານໄຊ, ແຂວງສະຫວັນນະເຂດ ຈັດຕັ້ງປະຕິບັດໂດຍ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ແລະ ຕາງໜ້າມອບ-ຮັບໂດຍ ຄະນະເມືອງ ແລະ ຄະນະພະແນກແຮງງານ ແລະ ສະຫວັດດີການສັງຄົມຂັ້ນແຂວງ ແລະ ເມືອງ.

ເຂົ້າສານ ແລະ ອາຫານແຫ້ງຈາກທຶນຊ່ວຍເຫຼືອຂອງອົງການຊ່ວຍເຫຼືອເດັກ ແມ່ນຖືກແຈກຢາຍໃຫ້ແກ່ 420 ຄົວເຮືອນທີ່ເມືອງອາດສະພອນ ແລະ 325 ຄົວເຮືອນທີ່ເມືອງພະລານໄຊ ເຊິ່ງແມ່ນຄົວເຮືອນທີ່ຖືກກະທົບໜັກຈາກໄພນຳ້ຖ້ວມໃນຊ່ວງເດືອນສິງຫາທີ່ຜ່ານມາ ເພື່ອຮັບປະກັນວ່າ 745 ຄົວເຮືອນນີ້ ແລະ ເດັກນ້ອຍເກືອບ 1,150 ຄົນ ຈະສາມາດດຳລົງຊີວິດໄດ້ໃນໄລຍະການຟື້ນໂຕຫລັງຈາກນຳ້ຖ້ວມ. ໃນການແຈກຢາຍໃນຄັ້ງນີ້ປະກອບມີ ເຂົ້າສານ, ເກືອ, ນຳ້ມັນພືດ, ປາແຫ້ງ ແລະ ຖົ່ວດິນ ເຊີ່ງວ່າມີໂພສະນາ ແລະ ປະໂຫຍດທີ່ເຫມາະສົມ ແກ່ຄົວເຮືອນໃນພື້ນທີ່ທີ່ຖືກກະທົບ.

ທ່ານນາງບຸນທະລັງສີ ຄຳມະນີວົງ ຄະນະພັກແຂວງ ແລະ ທັງເປັນເຈົ້າເມືອງອາດສະພອນ ໄດ້ກ່າວວ່າ “ດັ່ງທີ່ເຮົາໄດ້ຮູ້ກັນແລ້ວ ວ່າອົງການຊ່ວຍເຫຼືອເດັກໄດ້ເຂົ້າມາຈັດຕັ້ງປະຕິບັດການຊ່ວຍເຫຼືອດ້ານການສຶກສາໃນເມືອງຂອງພວກເຮົາກໍ່ເປັນເວລາຫຼາຍປີແລ້ວ ແລະ ໃນຄັ້ງນີ້ ຂ້າພະເຈົ້າ ຕາງໜ້າບັນດາການນຳ ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ມາຍັງ ອົງການຊ່ວຍເຫຼືອເດັກ ແລະ ຮສສແຂວງ ແລະ ເມືອງ ທີ່ໄດ້ໃຫ້ການສະໜັບສະໜູນເມືອງຂອງພວກເຮົາໃນການແຈກຢາຍສີ່ງຂອງທີ່ຈຳເປັນໃນຊ່ວງອຸທົບກະໄພ ນີ້.”

ທ່ານນາງ ພູນສີ ພະສະແຫວງ ຕາງໜ້າອົງການຊ່ວຍເຫຼືອເດັກສາກົນປະຈຳ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງທາງ ຄະນະຮສສ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈາກທັງສອງເມືອງ ທີ່ໄດ້ລົງຊ່ວຍເກັບກຳຂໍ້ມູນຈຳນວນຄົວເຮືອນທີ່ໄດ້ຮັບຜົນກະທົບ ພ້ອມຍັງນຳພາທີມງານໃນການລົງແຈກຢາຍ ເຊີ່ງເລີ້ມປະຕິບັດຕັ້ງແຕ່ວັນທີ 27 ກັນຍາ ແລະ ສຳເລັດໃນວັນທີ 30 ກັນຍາ. “ອົງການຊ່ວຍເຫຼືອເດັກ ໄດ້ເລັງເຫັນຄວາມຈຳເປັນຫຼາຍໃນການໃຫ້ຄວາມສຳຄັນໃນການສະໜັບສະໜູນຄອບຄົວທີ່ຖືກກະທົບຈາກໄພນຳຖ້ວມຄັ້ງນີ້ ໂດຍສະເພາະແມ່ນຄອບຄົວທີ່ມີເດັກນ້ອຍໂດຍການແບ່ງເອົາທຶນມາຊ່ວຍເຫຼືອໃນການບັນເທົາທຸກເລື້ອງເຂົ້າປາອາຫານ ເພື່ອໃຫ້ໝັ້ນໃຈວ່າ ເດັກນ້ອຍ ແລະ ຄອບຄົວຂອງພວກເຂົາຈະບໍ່ອຶດຫິວ ເພາະມັນອາດສົ່ງຜົນກະທົບຕໍ່ການສຶກສາຮໍ່າຮຽນ ແລະ ການພັດທະນາເສດຖະກິດສັງຄົມພາຍຂອງເມືອງ ເຊີ່ງກໍ່ຄືຂອງແຂວງ” - ກ່າວໂດຍທ່ານນາງ ພູນສີ.

 

On September 29, 2023, a Food Handover Ceremony was held in Atsaphone District, Savanaket Province, given by Save the Children International in Laos and represented by the district board and the Department of Labor and Social Welfare at the Provincial and District level to be distributed to 745 flood-affected households in two districts in Savanakhet province, Atsaphone, and Phalanxay.

Rice and dry food from SCI humanitarian funds are distributed to 420 households in Atsaphone district and 325 households in Phalanxay district, which are the households that were severely affected by the heavy flood in August this year that these 745 households and nearly 1,150 children will be able to live during the recovery period after this flood. The distribution includes rice, salt, vegetable oil, dry fish, and peanuts that are nutritious and useful for households in the affected areas.

Ms. Bounthalangsi Khammanyvong, Provincial Party Committee and also the Mayor of Atsaphone, said, "As we all know, Save the Children has come to implement educational assistance in our district for years, and this time, we would like to express our thanks and praise to the Save the Children as well as the Provincial and District authorities who have supported our district in distributing the necessary item during this disaster."

Ms. Phounsy Phasavaeng, representing Save the Children International in Laos, expressed her gratitude to the committee and related parties from both districts who came to help collect data on the number of affected households and also led the team in distribution which started on September 27 and finished on September 30. "Save the Children has seen the need to give priority to supporting families affected by this flood, especially families with children, by sharing funds to help with food and rice relief to ensure that children and their families will not starve because it may affect the child's learning ability and social, economic development of the district as well as the province" - said Ms. Phounsy.