ໂຄງການຂະໜາດໃຫຍ່ທີ່ກ່ຽວກັບການສ້າງຄວາມທົນທານຕໍ່ສະພາບອາກາດ ແມ່ນໄດ້ຈັດຕັ້ງປະຕິບັດໃນ ສປປ ລາວ

Saturday 4 November 2023

ໂຄງການທີ່ສຸມໃສ່ດ້ານສາທາລະນະສຸກໃຫ້ມີຄວາມທົນທານຕໍ່ກັບສະພາບອາກາດ ມູນຄ່າ 28.2 ລ້ານໂດລາສະຫະລັດ ນີ້ ແມ່ນຈະເຂົ້າເຖີງໜື່ງໃນສີ່ຂອງປະຊາຊົນລາວທົ່ວປະເທດ.

For in English, read here

ອົງການຊ່ວຍເຫຼືອເດັກ ແມ່ນໄດ້ເຊັນສັນຍາ ແລະ ເຮັດຂໍ້ຕົກລົງຮ່ວມກັບ ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນເພື່ອເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ແລະ ອົງການອານາໄມໂລກ ໃນການຈັດຕັ້ງປະຕິບັດໂຄງການທຳອິດດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ.

ຂໍ້ຕົກລົງດ້ານການເງິນເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ມູນຄ່າ 28.2 ລ້ານໂດລາສະຫະລັດນີ້ ຈະຊ່ວຍເພີ່ມຄວາມທົນທານຕໍ່ສະພາບອາກາດ ແລະ ຄວາມຍືນຍົງຂອງລະບົບສາທາລະນະສຸກຂອງ ສປປ ລາວ ພ້ອມກັບການສະໜັບສະໜູນຊຸມຊົນທີ່ມີຄວາມສ່ຽງຕໍ່ສະພາບດິນຟ້າອາກາດ ເພື່ອໃຫ້ສາມາດຕອບໂຕ້ຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນປະຈຸບັນ ແລະ ອາດຈະເກີດຂື້ນໃນອານາຄົດ ທີ່ຈະມີຜົນຕໍ່ສຸຂະພາບຂອງເຂົາເຈົ້າ.

ໂດຍການໄດ້ຮັບແຫຼ່ງທຶນຫຼັກຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ, ພ້ອມດ້ວຍການຮ່ວມທຶນຈາກອົງການຊ່ວຍເຫຼືອເດັກ ອົດສະຕຣາລີ, ລັດຖະບານແຫ່ງ ສປປ ລາວ ແລະ ອົງການອານາໄມໂລກ, ໂຄງການ ສ້າງຄວາມເຂັ້ມແຂງແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ ໃຫ້ທົນທານກັບສະພາບອາກາດນີ້ ຈະສຸມໃສ່ໃນການສະໜັບສະໜູນສະຖານທີ່ບໍລິການສາທາລະນະສຸກຈໍານວນ 100 ແຫ່ງ ໃນ 250 ຊຸມຊົນ ເປັນເວລາ 5 ປີ. ໂຄງການນີ້ ແມ່ນຍັງຈະຊ່ວຍເພີ່ມຄວາມສາມາດຂອງລະບົບແຈ້ງເຕືອນໄພລ່ວງໜ້າ ແລະ ການເຂົ້າເຖີງການບໍລິການດ້ານສາທາລະນະສຸກໃຫ້ແກ່ປະຊາຊົນຈຳນວນ 1,8 ລ້ານຄົນທີ່ອາໄສຢູ່ໃນເຂດຊົນນະບົດທີ່ມີຄວາມສ່ຽງຕໍ່ສະພາບດິນຟ້າອາກາດ.

ນອກຈາກນີ້, ໂຄງການຍັງໄດ້ຮັບການສະໜັບສະໜູນຈາກທືນສ່ວນບຸກຄົນ, ທ່ານ ແຮນລິສ ເຢສເສິນ, ຜູ້ອຳນວຍການກອງທຶນ ບາຕົວວາ (Bataua) ເຊີ່ງໄດ້ປະກອບສ່ວນຊ່ວຍເຫຼືອອົງການຊ່ວຍເຫຼືອເດັກ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ເດັກນ້ອຍໃນ ສປປ ລາວ ແມ່ນປະສົບກັບສິ່ງທ້າທາຍທາງດ້ານສຸຂະພາບທີ່ຮຸນແຮງເຊີ່ງເກີດຈາກພະຍາດທີ່ມາຈາກວິກິດການສະພາບອາກາດ, ລວມທັງຄວາມສ່ຽງທີ່ເພີ່ມຂື້ນຂອງພະຍາດໄຂ້ຍຸງລາຍ, ພະຍາດຖອກທ້ອງ ແລະ ການຂາດສານອາຫານ, ເຊີ່ງເປັນຜົນມາຈາກເຫດການທີ່ຕິດພັນກັບດິນຟ້າອາກາດໄດ້ທຳລາຍຜົນລະປູກ ແລະ ບ່ອນຢູ່ອາໃສ, ແຫຼ່ງນໍ້າກິນນໍ້າໃຊ້ ແລະ ພື້ນຖານໂຄງລ່າງດ້ານສຸຂາພິບານ.

ປະທານກຳມະການບໍລິຫານ ຂອງອົງການຊ່ວຍເຫຼືອເດັກ ອົດສະຕຣາລີ, ທ່ານ ແມັທ ທິງເຄເລິ ໄດ້ກ່າວວ່າ:ອົງການຊ່ວຍເຫຼືອເດັກມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນໂຄງການດັ່ງກ່າວນີ້ໄດ້ຮັບການອະນຸມັດໃນ ສປປ ລາວ, ເຊິ່ງເປັນປະເທດທີ່ກຳລັງປະສົບກັບຜົນກະທົບອັນຮ້າຍແຮງຈາກວິກິດການສະພາບດິນຟ້າອາກາດ, ລວມທັງຄື້ນຄວາມຮ້ອນ, ໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ. ສໍາລັບເດັກນ້ອຍ, ຜົນກະທົບເຫຼົ່ານີ້ສາມາດຢາດເອົາສຸຂະພາບ ແລະ ສະຫວັດດີການ, ການສຶກສາ, ແລະ ໂອກາດໃນອະນາຄົດຂອງເຂົາເຈົ້າ. ການເສີມສ້າງຄວາມທົນທານຕໍ່ສະພາບອາກາດຂອງສະຖານທີ່ບໍລິການສາທາລະນະສຸກໃນທົ່ວປະເທດ ຈະຊ່ວຍກະກຽມຄວາມພ້ອມຂອງປະຊາຊົນຫຼາຍກວ່າ 1.8 ລ້ານຄົນໃນຊຸມຊົນທີ່ມີຄວາມສ່ຽງໃຫ້ສາມາດຕອບສະຫນອງ ແລະ ຫຼຸດຜ່ອນຄວາມສ່ຽງດ້ານສຸຂະພາບຕິດພັນກັບສະພາບອາກາດໃຫ້ໄດ້ດີກວ່າເກົ່າ."

ຜູ້ອໍານວຍການດ້ານການຫຼຸດຜ່ອນ ແລະ ການປັບຕົວ ຂອງກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ(GCF), ທ່ານເຈີແມນ ວາລາສກັຊ ໄດ້ກ່າວວ່າ:ປະເທດທີ່ກຳລັງພັດທະນາທີ່ມີໂຄງສ້າງພື້ນຖານດ້ານສາທາລະນະສຸກທີ່ຈຳກັດ ມັກຈະເປັນປະເທດທີ່ສາມາດຮັບມື ແລະ ຕອບສະໜອງຕໍ່ຄວາມເຄັ່ງຕຶງຂອງສະພາບດິນຟ້າອາກາດໄດ້ໜ້ອຍທີ່ສຸດ, ແຕ່ຂະແຫນງການສາທາລະນະສຸກໄດ້ຮັບການສະໜອງທຶນດ້ານສະພາບການປ່ຽນແປງດິນຟ້າດິນຟ້າອາກາດໜ້ອຍທີ່ສຸດໃນປະຈຸບັນ. GCF ພູມໃຈທີ່ໄດ້ຮ່ວມມືກັບ ອົງການຊ່ວຍເຫຼືອເດັກ ອົດສະຕຣາລີແລະ ລັດຖະບານແຫ່ງ ສປປ ລາວ ເພື່ອເພີ່ມຄວາມທົນທານຕໍ່ສະພາບອາກາດຂອງລະບົບສາທາລະນະສຸກຂອງລາວ. ໃນຖານະທີ່ເປັນໂຄງການທໍາອິດທີ່ເນັ້ນໃສ່ສາທາລະນະສຸກເປັນລັກຂອງ GCF, ພວກເຮົາຄາດຫວັງຢ່າງຍິ່ງວ່ານີ້ຈະເປັນຕົວແບບສໍາລັບໂຄງການໃນອະນາຄົດເພື່ອຂະຫຍາຍການບໍລິການດ້ານສາທາລະນະສຸກໃຫ້ມີຄວາມທົນທານຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດໃນປະເທດທີ່ມີຄວາມສ່ຽງ."

 ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ໃຫ້ຄຳເຫັນວ່າ:ຂ້າພະເຈົ້າຂໍອະນຸຍາດຕາງໜ້າລັດຖະບານແຫ່ງ ສປປ ລາວ ໂດຍສະເພາະ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແມ່ນມີຄວາມຍິນດີທີ່ໄດ້ເຫັນການຈັດຕັ້ງແຜນງານການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ ໃຫ້ທົນທານຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ທີ່ໄດ້ຮັບທຶນສະໜັບສະໜູນຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນ (GCF). ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ ສປປ ລາວ ຈະໄດ້ເປັນປະເທດທຳອິດໃນໂລກທີ່ໄດ້ຮັບການສະໜັບສະໜູນທຶນຈາກ GCF ສໍາລັບໂຄງການທີ່ສຸມໃສ່ດ້ານສາທາລະນະສຸກຢ່າງເຕັມທີ່. ໂຄງການດັ່ງກ່າວ ຈະຊ່ວຍໃຫ້ລັດຖະບານແຫ່ງ ສປປ ລາວ ຈັດຕັ້ງປະຕິບັດບັນດາອົງປະກອບ ຂອງແຜນການປັບຕົວດ້ານສາທາລະນະສຸກແຫ່ງຊາດ ປີ 2023. ເນື່ອງຈາກວ່າ ສປປ ລາວ ພວມຕັ້ງໝັ້ນທີ່ຈະບັນລຸຄໍາໝັ້ນສັນຍາຂອງປະເທດນັ້ນ ພວກເຮົາມີຄວາມພູມໃຈທີ່ໂຄງການດັ່ງກ່າວນີ້ຈະເປັນຕົວຢ່າງໃຫ້ກັບບັນດາປະເທດໃນທົ່ວໂລກ ໃຫ້ຮັບຮູ້ກ່ຽວກັບວິທີການຈັດການຜົນກະທົບ ຂອງການປ່ຽນແປງສະພາບອາການຕໍ່ລະບົບສາທາລະນະສຸກ ແລະ ເຮັດໃຫ້ລະບົບສາມາດຈັດການແກ້ໄຂອຸປະສັກໄດ້ ແລະ ມີຄວາມທົນທານຫຼາຍຂື້ນ."

 ຜູ້ອຳນວຍການກອງທຶນ ບາຕົວວາ (Bataua),ທ່ານ ແຮນລິສ ເຢສເສິນ,ໄດ້ກ່າວວ່າ:ໃນນາມຂອງຜູ້ໃຫ້ທຶນສ່ວນບຸກຄົນ, ການຮ່ວມມືໃນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກທີ່ຕິດພັນກັບສະພາບດິນຟ້າອາກາດຂະໜາດໃຫຍ່ໃນ ສປປ ລາວ ຮ່ວມກັບ ອົງການຊ່ວຍເຫຼືອເດັກ, ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ, ແລະ ລັດຖະບານແຫ່ງ ສປປ ລາວ, ໄດ້ໃຫ້ກອງທຶນ Bataua ມີໂອກາດທີ່ບໍ່ເຄີຍມີມາກ່ອນເພື່ອໝູນໃຊ້ການລົງທຶນຂອງຕົນເພື່ອຊ່ວຍເຫຼືອເດັກທີ່ດ້ອຍໂອກາດ ແລະ ຄອບຄົວທີ່ປະສົບກັບຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດໃນພາກພື້ນອາຊຽນ. ການມີສ່ວນຮ່ວມຂອງພວກເຮົາໃນວຽກງານນີ້ສ້າງຄວາມເຊື່ອໝັ້ນຕໍ່ຄວາມຍືນຍົງດ້ານສິ່ງແວດລ້ອມ ຕະຫຼອດທັງຄວາມມຸ່ງໝັ້ນຂອງອົງກອນຂອງກອງທຶນ Bataua ຕໍ່ອາຊຽນ ແລະຄວາມເປັນກາງຂອງສະພາບດິນຟ້າອາກາດ. ພວກເຮົາຫວັງວ່າຈະໄດ້ເຫັນຜົນຂອງການລິເລີ່ມອັນສຳຄັນນີ້ ແລະ ຂໍອວຍພອນໃຫ້ທີມງານປະສົບຜົນສຳເລັດທຸກປະການ."

ທ່ານນາງ ດຣ ຍິງຣູ່ ໂລ, ຕາງໜ້າອົງການອານາໄມໂລກ ປະຈຳ ສປປ ລາວ,ໄດ້ກ່າວວ່າ:ວິກິດການດ້ານດິນຟ້າອາກາດ ກໍ່ຄືວິກິດການທາງດ້ານສຸຂະພາບ, ດ້ານສາທາລະສຸກ ໃນ ສປປ ລາວ ແລະ ລະບົບສາທາລະນະສຸກ ແມ່ນມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງສດິນຟ້າອາກາດ, ລວມທັງໄພນຳ້ຖວ້ມ, ໄພແຫ້ງແລ້ງ, ແລະ ສະພາບອາກາດທີ່ຮ້າຍແຮງ.  ສີ່ງໃດທີ່ສາມາດເຮັດໄດ້, ເຮົາຕ້ອງໄດ້ເຮັດ, ເພື່ອຮັບປະກັນອານາຄົດຂອງຄົນລຸ້ນປະຈຸບັນ ແລະ ອານາຄົດ. ໂຄງການນີ້ແມ່ນເປັນບາດກ້າວທີ່ສໍາຄັນໃນການການແກ້ໄຂໄພຮຸກຮານຈາກການປ່ຽນແປງຂອງດິນຟ້າອາກາດ, ພ້ອມກັບເປັນການສ້າງຄວາມຮັບຮູ້ກ່ຽວກັບຜົນຫຼາຍຢ່າງຕໍ່ສຸຂະພາບ, ແລະ ເປັນການໃຫ້ຄຳໝັ້ນສັນຍາໃນການຊ່ວຍເຫຼືອທີ່ສໍາຄັນໃນການປົກປ້ອງສະຖານທີ່ບໍລິການສາທາລະນະສຸກ ແລະ ຊຸມຊົນ."

ນີ້ແມ່ນໂຄງການທີ 3 ຂອງ ອົງການຊ່ວຍເຫຼືອເດັກທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ ແລະ ເປັນໂຄງການທຳອິດໃນພາກພື້ນອາຊີ, ຫຼັງຈາກທີ່ໄດ້ຈັດຕັ້ງປະຕິບັດໂຄງການເສີມສ້າງຄວາມທົນທານ ແລະ ການປັບຕົວຕໍ່ສະພາບດິນຟ້າອາກາດຢູ່ໝູ່ເກາະ ໂຊໂລມອນໃນເດືອນ ກໍລະກົດ 2023 ແລະ ວານູອາຕູໃນເດືອນ ພຶດສະພາ 2022.

ໂຄງການສຳຄັນນີ້ຈະຖືກຈັດຕັ້ງປະຕິບັດໂດຍການຮ່ວມມືກັບກະຊວງສາທາລະນະສຸກແຫ່ງ ສປປ ລາວ ແລະ ບັນດາສະຖານທີ່ບໍລິການສາທາລະນະສຸກ ແລະ ຊຸມຊົນຕ່າງໆ ພາຍຫຼັງຈາກການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ.

ຄະນະກຳມະການກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ ໄດ້ອະນຸມັດການສະໜອງທຶນໃຫ້ແກ່ໂຄງການດັ່ງກ່າວໃນກອງປະຊຸມຄະນະກຳມະການໃນອາທິດທີ່ຜ່ານມາ. ໂດຍມີຜູ້ຕາງໜ້າຈາກກອງທຶນ ແລະ ອົງການຊ່ວຍເຫຼືອເດັກ ໄດ້ລົງນາມໃນຂໍ້ຕົກລົງຂອງໂຄງການໃນພິທີແບບສະເໝືອນຈິງ ໃນວັນທີ 26 ຕຸລາ.